ໂຄງສ້າງຜູ້ມີສ່ວນໄດ້ສ່ວນເສຍ
![IMG-76578.jpg](https://monsoonwindasia.com/application/files/3116/6191/9112/IMG-76578.jpg)
![IMG-25145.png](https://monsoonwindasia.com/application/files/1316/5518/9729/IMG-25145.png)
ບໍລິສັດ Impact Energy Asia Development ຈຳກັດ (“IEAD”)
- ເຂົ້າຮ່ວມໃນປີ 2019 ແລະ ເບື້ອງຕົ້ນຮ່ວມທຶນລະຫວ່າງ ບໍລິສັດ ບີຊີພີຈີ ຈຳກັດ (ມະຫາຊົນ) (ບໍລິສັດໃນເຄືອດ້ານພະລັງງານໝູນວຽນທີ່ຈົດທະບຽນໃນກຸ່ມ ບາງຈາກ) ແລະ ກຸ່ມ IES
- ໃນເດືອນມິຖຸນາ 2021, Mitsubishi Corporation (ບໍລິສັດໃນເຄືອເປັນເຈົ້າຂອງ ຈົດທະບຽນໃນ ປະເທດ ເນເທີຣ໌ແລນ ແລະ ບໍລິຫານໂດຍ Diamond Generating Asia Ltd. ຊຶ່ງເປັນບໍລິສັດໃນເຄືອ ໃນປະເທດຮົງກົງ) ປະກາດວ່າໄດ້ບັນລຸຂໍ້ຕົກລົງກັບ ກຸ່ມ IES ເພື່ອລົງທຶນໃນ IEAD. ປະຈຸບັນ IEAD ຖືຮຸ້ນ 55% ໂດຍຮ່ວມທຶນລະຫວ່າງ IES (31%) ແລະ Mitsubishi (24%) ແລະ 45% ແມ່ນ ບໍລິສັດໃນເຄືອຂອງ BCPG PCL.
![IMG-52134.png](https://monsoonwindasia.com/application/files/4116/5518/9728/IMG-52134.png)
ກຸ່ມ Impact Electrons Siam ("ກຸ່ມ IES ")
- ສ້າງຕັ້ງຂຶ້ນໃນປີ 2011 ຢູ່ປະເທດໄທ, IES ໃຫ້ຄວາມສຳຄັນກັບໂຄງການພະລັງງານໝູນວຽນ ພື້ນທີ່ສີຂຽວ. IES ໄດ້ພັດທະນາ ໂຄງການພະລັງງານໝູນວຽນຫຼາຍກວ່າ 1,000 MW ໃນຂົງເຂດ ອາຊີ-ປາຊີຟິກ ແລະ ມີທໍ່ສາຍສົ່ງ ທີ່ເຕີບໂຕໃນປະຈຸບັນຫຼາຍກວາ 700 MW.
- ກຸ່ມ IES 76% ທ່ານ ນາງ Paradai Suebma ເປັນເຈົ້າຂອງ. ສັດສ່ວນການຖືຮຸ້ນຂອງ IES ໃນໂຄງການ ປະມານ 24.8 ລ້ານໂດລາສະຫະລັດ ຢູ່ທີ່ 26.7% ຄວາມເປັນເຈົ້າຂອງ ຂອງບໍລິສັດໂຄງການ.
![IMG-63455.png](https://monsoonwindasia.com/application/files/6916/5518/9960/IMG-63455.png)
ບໍລິສັດ ບີຊີພີຈີ ຈຳກັດ ມະຫາຊົນ ("BCPG")
- ບໍລິສັດພະລັງງານໝູນວຽນ ທີ່ມີຊື່ສຽງຂອງໄທ ທີ່ມີປະສົບການສາກົນ ໃນດ້ານການພັດທະນາໂຄງການ, ການກໍ່ສ້າງ ແລະ ການດຳເນີນງານ. BCPG ກໍ່ຕັ້ງຂຶ້ນໃນປີ 2015 ເປັນບໍລິສັດຈົດທະບຽນ ໃນຕະຫຼາດຫຼັກຊັບແຫ່ງປະເທດໄທ ແລະ ການລົງທຶນໃນໂຄງການພະລັງງານ ໝູນວຽນໃນອາຊີຕາເວັນອອກສຽງໃຕ້ ແລະ ຍີ່ປຸ່ນ ໂດຍມີກຳລັງການຜະລິດທັງໝົດ 942 MW ໂດຍ 56% ຢູ່ລະຫວ່າງການດຳເນີນງານ.
- ໃນປິ 2020, ບໍລິສັດມີລາຍໄດ້ 4.2 ຕື້ບາດ (141 ລ້ານໂດລາສະຫະລັດ) ແລະ ກຳໄລ 1.9 ຕື້ບາດ (64 ລ້ານໂດລາສະຫະລັດ) ຈາກຖານຊັບສິນ 51.2 ຕື້ບາດ (1.7 ຕື້ໂດລາສະຫະລັດ)
![IMG-53632.png](https://monsoonwindasia.com/application/files/6216/5518/9731/IMG-53632.png)
ບໍລິສັດ SMP ທີ່ປຶກສາ ຈຳກັດ ຜູ້ດຽວ ("SMP")
- ມີສຳນັກງານໃຫຍ່ຢູ່ນະຄອນຫຼວງວຽງຈັນ ແລະ ຖືວ່າເປັນໜຶ່ງໃນຜູ້ໃຫ້ບໍລິການທີ່ປຶກສາຊັ້ນນຳພາຍໃນ ປະເທດ, ລວມທັງໂຮງໄຟຟ້າຂະໜາດໃຫຍ່ໃນ ສປປ ລາວ. SMP ຍັງມີປະສົບການໃນ ຂະແໜງການອື່ນໆ ຊຶ່ງລວມມີ ດ້ານການເງິນ, ຍານພາຫະນະ, ການສຶກສາ ແລະ ເຕັກໂນໂລຢີ ຂໍ້ມູນຂາວສານ ແລະ ການສື່ສານເປັນຕົ້ນ.
ໂຄງສ້າງທຸລະກິດ
![IMG_36466.png](https://monsoonwindasia.com/application/files/8616/5649/0535/IMG_36466.png)
ຄະນະອຳນວຍການ
![Paradai_Chairwoman-preview__1_-removebg-preview.png](https://monsoonwindasia.com/application/files/7116/6072/3848/Paradai_Chairwoman-preview__1_-removebg-preview.png)
Paradai Suebma
ປະທານ
![1._Nat_Hutanuwatr__Managing_Director_-removebg-preview (2).png](https://monsoonwindasia.com/application/files/4016/6072/4028/1._Nat_Hutanuwatr__Managing_Director_-removebg-preview_2.png)
Nat Hutanuwatr
ອຳນວຍການ ຜູ້ຈັດການ
![NAK_Director-removebg-preview (2).png](https://monsoonwindasia.com/application/files/1916/6071/6792/NAK_Director-removebg-preview_2.png)
Niwat Adirek
ອຳນວຍການ
![PCT-removebg-preview (1).png](https://monsoonwindasia.com/application/files/5616/6071/0678/PCT-removebg-preview_1.png)
Phatpuree Chinkulkitnivat
ອຳນວຍການ
ຄູ່ຮ່ວມມື