ຄວາມເປັນມາຂອງໂຄງການ
ບໍລິສັດ ອິມແພຄ ເອັນເນີຣ໌ຈີ ເອເຊຍ ດີເວລລອປເມນທ໌ ຈຳກັດ (IEAD) (ຊື່ເດີມ ບໍລິສັດ ອິມແພຄ ເອັນເນີຣ໌ຈີ ເອເຊຍ ຈຳກັດ) ໄດ້ລົງນາມບັນທຶກຄວາມເຂົ້າໃຈກັບລັດຖະບານ ສປປ ລາວ ໃນເດືອນ ພະຈິກ 2011 ເພື່ອສຶກສາຄວາມເປັນ ໄປໄດ້ຂອງໂຄງການພະລັງງານລົມຂະໜາດໃຫຍ່ຢູ່ສາມແຂວງໃນພາກກາງ ແລະ ພາກໃຕ້ຂອງ ສປປ ລາວ. ຈາກການວັດແທກຄວາມແຮງຂອງລົມຢູ່ສະຖານທີຈິງ ແລະ ຜົນໄດ້ຮັບຈາກການສຶກສາຄວາມເປັນໄປໄດ້, ເຂດ ເມືອງດາກຈຶງ, ແຂວງເຊກອງ ແລະ ເມືອງສັນໄຊ, ແຂວງອັດຕະປື ຖືວ່າເປັນຈຸດທີ່ມີສັກກະຍາພາບສູງສຸດ ສຳລັບການພັດທະນາ ພະລັງງານລົມຂະໜາດໃຫຍ່ ຊຶ່ງສາມາດຍົກລະດັບ ຂຶ້ນໄດ້ຮອດ 600MW. ພາຍຫຼັງທີ່ ການສຶກສາຄວາມເປັນໄປ ໄດ້ຖືກອະນຸມັດຈາກລັດຖະບານຂອງລາວ, ບໍລິສັດ IEAD ໄດ້ຮັບສິດທິພຽງຜູ້ດຽວ ໃນການ ພັດທະນາໂຄງການພະລັງງານລົມແຫ່ງທຳອິດໃນ ສປປ ລາວ ພາຍໃຕ້ ຂໍ້ຕົກລົງໂຄງການພັດທະນາ ໂດຍປະຕິບັດ ຮ່ວມກັບລັດຖະບານລາວ ໃນວັນທີ 7 ສິງຫາ 2015. ເຂດພັດທະນາກວມເອົາເນື້້ອທີປະມານ 68,000 ເຮັກຕາ ພ້ອມດ້ວຍຊັບພະຍາກອນລົມ ໃນແຂວງເຊກອງ ແລະ ອັດຕະປື.
ເຂດໂຄງການແມ່ນຕັ້ງຢູ່ເໜືອໜ້ານໍ້າທະເລ 1,200 – 1,600 ແມັດ ແລະ ມີລັກສະນະເປັນເນີນພູທີ່ມີພື້ນທີ່ ປ່າໄມ້ຈຳກັດ ແລະ ໃນປະຈຸບັນກໍມີການນຳໃຊ້ທີດິນແບບຈຳກັດ. ໂຄງການ ຖືກມອບໝາຍ ຢ່າງທາງການໂດຍ ລັດຖະບານລາວໃຫ້ແກ່ ກະຊວງອຸດສາຫະກຳ ແລະ ການຄ້າຂອງ ປະເທດຫວຽດນາມ ໃນເດືອນກໍລະກົດ 2017 ພາຍໃຕ້ການຮ່ວມມືກັບຂະແໜງພະລັງງານ ລະຫວ່າງ ສປປ ລາວ ແລະ ຫວຽດນາມ, ເພື່ອສ້າງໃຫ້ເປັນ ໂຄງການພະລັງງານໝູນວຽນແຫ່ງທຳອິດ ທີ່ມີການຊື້ຂາຍຜ່ານຊາຍແດນລະຫວ່າງປະເທດໃນອາຊຽນ. ໃນວັນທີ 21 ກໍລະກົດ 2020, ລັດຖະມົນຕີແຫ່ງ ຫວຽດນາມ ໄດ້ອະນຸມັດ ແຜນໃນການນຳເຂົ້າພະລັງງານ ທີ່ຜະລິດຈາກ ໂຄງການໃຫ້ແກ່ລະບົບພະລັງຂອງຫວຽດນາມ ຜ່ານ ການເຊື່ອມໂຍງເຄື່ອຂ່າຍ 500 kV ແລະ ໄດ້ອະນຸມັດ ການເພີ່ມຈຳໜ່າຍໄຟຟ້າຜ່ານສາຍສົ່ງຂະໜາດ 500 kV ຈາກໂຄງການ ໄປຫາ ສະຖານີຍ່ອຍ Thanh My ໃຫ້ແກ່ ແຜນທົບທວນການພັດທະນາ ພະລັງງານ VII ຂອງປະເທດຫວຽດນາມ. ສັນຍາຊື້ຂາຍໄຟຟ້າ ກໍໄດ້ຮັບການລົງນາມ ຢ່າງມີຜົນສຳເລັດ ກັບ ການໄຟຟ້າແຫ່ງຫວຽດນາມ ໃນວັນທີ 12 ກໍລະກົດ 2021 ແລະ ກໍໄດ້ຕັ້ງເປົ້າໝາຍຂອງວັນເວລາ ໃນການດຳເນີນງານໃນການຊື້ຂາຍຢູ່ ໃນທ້າຍປີ 2025.
ຂີດໝາຍພັດທະນາ
ທີ່ເປັນກຸນແຈສໍາຄັນ
2011
2012
2015
2016
2017
2018
2019
2020
2021
2022
ທີ່ຕັ້ງໂຄງການ
ໂຄງການ ພະລັງງານລົມ ມອນສູນ ເປັນໂຄງການທີ່ມີ ກຳລັງຜະລິດ 600 MW ຕັ້ງຢູ່ແຂວງເຊກອງ ແລະ ແຂວງອັດຕະປື ພາກໃຕ້ຂອງ ສປປ ລາວ. ໂຄງການຈະສົ່ງພະລັງງານໝູນວຽນທີ່ຜະລິດໄດ້ ໄປສູ່ຫວຽດນາມກາງ ຜ່ານສາຍສົ່ງຂະໜາດ 500 kV



ທີ່ຕັ້ງໂຄງການ
ໂຄງການຕັ້ງຢູ່ທີ່ ເມືອງດາກຈຶງ, ແຂວງເຊກອງ ແລະ ເມືອງ ສານໄຊ, ແຂວງອັດຕະປື. ເຂດໂຄງການ ຕັ້ງຢູ່ເທິ່ງພູພຽງດາກຈຶງ ຊຶ່ງມີລະດັບຄວາມສູງຕັ້ງແຕ່ 1,100ມ ຫາ 1,700ມ ເໜືອໜ້ານໍ້າທະເລ ແລະ ປະກອບດ້ວຍພູມີປະເທດ ທີ່ຊັບຊ້ອນໃນລະດັບປານກາງ ຫາ ຊັບຊ້ອນ. ບໍລິເວນໃກ້ຄຽງ ສ່ວນໃຫຍ່ເປັນເຂດປ່າໄມ້ທີ່ມີລັກສະນະເປັນຄື້ນ, ພື້ນທີ່ກະສິກຳ ແລະ ບ້ານທ້ອງຖິ່ນທີ່ຢູ່ກະແຈກກະຈາຍກັນ.
ເຂດໂຄງການສາມາດເຂົ້າເຖິງໄດ້ໂດຍຜ່ານເສັ້ນທາງເລກທີ 16B ຊຶ່ງເປັນເສັ້ນທາງເສດຖະກິດ ທີ່ເຊື່ອມຕໍ່ປະເທດໄທ, ລາວ ແລະ ຫວຽດນາມ ຈາກພາກຕາເວັນຕົກ ຫາພາກຕາເວັນອອກ. ໂຄງການຢູ່ຫ່າງຈາກ ຕົວເມືອງເຊກອງຫາເມືອງລະມານ ປະມານ 60 ກມ. ໂຄງສ້າງພື້ນຖານຕ່າງໆ (ລວມທັງຂົວເຊກອງ, ຖະໜົນ ແລະ ຂົວນ້ອຍຕ່າງໆ) ອ້ອມຮອບພື້ນທີ່ໂຄງການ ຖືກສ້າງໂດຍຜູ້ຮັບເໝົາໃນທ້ອງຖິ່ນ. ປັດຈຸບັນ ເສັ້ນທາງໄປຫາໂຄງການ ໄດ້ສ້າງສຳເລັດແລ້ວປະມານ 75 ກມ ລວມທັງ ຂົວໃຫຍ່ ຂ້າມແມ່ນໍ້າເຊກອງ. ອີກ 40 ກມ ຈາກຊາຍແດນລາວ-ຫວຽດນາມ ກໍໃກ້ຈະສ້າງສຳເລັດ, ຄົງເຫຼືອພຽງແຕ່ 7 ກມສຸດທ້າຍ ທີ່ພວມ ເລັ່ງໃຫ້ສຳເລັດ.

ຂໍ້ມູນ ແລະ ຕົວເລກ

ພົບກັບທີມງານ

Nat Hutanuwatr
ອຳນວຍການໃຫຍ່

Narut Boakajorn
ອຳນວຍການພັດທະນາໂຄງການ

Peter Littlewood
ອຳນວຍການໂຄງການ

Itthipol Kanjanaphan
ອຳນວຍການ ວິສາວະກຳ

Chaovalit Khunchaiyaphum
ອຳນວຍການເຂດພື້ນທີ

Duncan Black
ອຳນວຍການ ດ້ານການຄ້າ ແລະ ການເງິນ

Pavika Tanveerakasem
ການຄ້າ ແລະ ການເງິນ

Parichat Thanapatpaiboon
ການຄ້າ ແລະ ການເງິນ

Nguyen Truong Giang
ຕົວແທນ - ປະເທດຫວຽດນາມ

Kritawit Sriwattanapan
ພັດທະນາໂຄງການ

Shania Pensuk
ພັດທະນາໂຄງການ

Wattanee Prungchaiyaphum
ພັດທະນາໂຄງການ

Kanokploy Phumprasop
ພັດທະນາໂຄງການ

Sira Khamklai
ພັດທະນາໂຄງການ

Pongpat Phukanud
ພັດທະນາໂຄງການ

Laphaschawan Plaokaew
ບັນຊີໂຄງການ

Panassaya Porjit
ຄວບຄຸມການເງິນ

Amorn Vorashompoo
ວິສາວະກຳ ໂຄງການ

Siripoom Warathanasin
ວິສາວະກຳ ໂຄງການ
